LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ສງ ສຍ ສນ ສມ ສຣ ສລ ສວ ສອ ສະ ສັ ສາ ສິ ສີ ສຶ ສຸ ສົ ສຽ ສເ ສແ ສໂ ສໄ ສ່ ສ້
ຜົນການຊອກຫາ: 196 ໜ້າທີ 6 ຈາກທັງໝົດ 10 ໜ້າ
ສັມຣິດທິ - ສຳລິດທິ
ກ. ສຳເຮັດ, ໄດ້ດັ່ງປະສົງ, ນ. ຄວາມສຳເຮັດ
ສັມຣິດທິສົກ - ສຳລິດທິສົກ
ນ. ປີສຳເຮັດ ຄືປີຖ້ວນສິບ ຕາມເລກທ້າຍຈຸລສັກຣາດ.
ສັມໂພທິ - ສຳໂພທິ
ຄວາມຮູ້ພ້ອມ (ປ.)
ສັມໂມທະນີຍະກະຖາ - ສຳໂມທະນິຍະກະຖາ
ນ. ຄຳເວົ້າເປັນທີ່ຊື່ນໃຈ (ປ.)
ສັຣເສີນ - ສັນລະເສີນ
(ເບິ່ງ ສໍຣະເສີນ)
ສັລຍະກັມ - ສັນລະຍະກຳ
ນ. ວິຊາໝໍຜະແນກປາດ (ສ. ສັລຍກັມມ)
ສັລຍະສາດ - ສັນລະຍະສາດ
ນ. ຕຳລາແພດ ທາງປາດ (ສ. ສັລຍສາຕຣ)
ສາມ
ວ. 1 ກັບ 2 ສົມກັນ, ເລກ 3.
ສາມເນນ - ສາມມະເນນ
ນ. ຈົວ (ປ. ສາມເນຣ)
ສາວ
1 ນ. ເປັນຄຳບອກເພດຂອງຜູ່ຍິງ ໃຊ້ປະກອບໜ້າຊື່ ດັ່ງ ສາວແດງ ສາວຄຳ ເປັນຕົ້ນ. ເປັນຄຳຮຽກຊື່ຂອງຜູ່ຍິງ ທີ່ມີອາຍຸຕັ້ງແຕ່ 15 ປີຂຶ້ນໄປ ເຊິ່ງຍັງບໍ່ມີຜົວ. 2 ກ. ດຶງເຂົ້າມາບາດຫ່າງໆ ຫຼືບາດຍາວໆ, More…
ສາວກົບ
ກ. ເອົາກົບຖູໄມ້ໃຫ້ກ້ຽງ
ສາວຫລອກ
ກ. ວິທີເຮັດຝັກຫຼອກເປັນເສັ້ນໄໝ ຄືເອົາຝັກຫຼອກທີ່ໃສ່ໝໍ້ຕົ້ມແລ້ວ ເອົາໄມ້ເປັນແງ່ມຄີບໃຍໄໝດຶງອອກເປັນລະຍະຫ່າງ ຊົ່ວແຂນຂອງຜູ່ດຶງ, ສາວໄໝກໍຮຽກ.
ສິນລະປາກອນ - ສິລປາກອນ
ນ. ບ່ອນເກີດແຫ່ງສິລປະ (ສ. ສິລປ + ອາກຣ)
ສິມ (ມາຈາກ ສິມາ)
ນ. ເຂດແດນທີ່ສົງກຳນົດໄວ້ເປັນບ່ອນປະຊຸມຂອງສົງ (ປ.)
ສິມນ້ຳ
ນ. ເຂດແດນຂອງນ້ຳທີ່ສົງກຳນົດໄວ້ເປັນບ່ອນປະຊຸມ ຮຽກຕາມທາງວິນັຍວ່າ ອຸທກຸເຂປສີມາ ແປວ່າ ເຂດແດນລະຍະສາດນ້ຳ.
ສິລປະ - ສິນລະປະ
ນ. ສີມື, ສີມືທາງຊ່າງ, ການສະແດງ [ຂໍ້ຄວາມຫາຍໄປ] ຜາກົດຢ່າງງົດງາມ ເປັນທີ່ພໍໃຈຂອງຜູ່ຟັງ ແລະ ຜູ່ເບິ່ງ (ສ.)
ສິລປະກັມ - ສິນລະປະກຳ
ນ. ສິ່ງທີ່ເປັນສິລປະ, ການຊ່າງ (ສ. ສິລປກັມມ)
ສິລປະການ - ສິລປະກອນ-ສິລປະກອນ - ສິລປະກັມ
ນ. ນາຍຊ່າງສີມື, ການຊ່າງ (ສ. ສິລປກາຣ)
ສິລປະວິທຍາ - ສິນລະປະວິດທະຍາ
ນ. ຄວາມຮູ້ໃນການຊ່າງ, ສິລປະ ແລະຄວາມຮູ້ (ສ.)
ສິລປະສາດ - ສິນລະປະສາດ
ນ. ຕຳລາກ່າວດ້ວຍວິຊາ 18 ປະການ ຕາມຄະຕິບູຮານ ມີວິຊາເລກເປັນຕົ້ນ (ສ. ສິລປສາຕຣ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑