LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ສງ ສຍ ສນ ສມ ສຣ ສລ ສວ ສອ ສະ ສັ ສາ ສິ ສີ ສຶ ສຸ ສົ ສຽ ສເ ສແ ສໂ ສໄ ສ່ ສ້
ຜົນການຊອກຫາ: 196 ໜ້າທີ 5 ຈາກທັງໝົດ 10 ໜ້າ
ສວາມີ - ສະຫວາມີ
ນ. ຜົວ, ນາຍ, ເຈົ້າຂອງ, ຜູ່ເປັນໃຫຍ່ (ສ.)
ສວາຫະ - ສະຫວາຫະ
ນ. ຄຳກ່າວ ເມື່ອຈົບການເສກເປົ່າ ແປວ່າ ເວົ້າດີແລ້ວ (ສ. ສຸວາຫະ)
ສວິດສວອຍ - ສະຫວິດສະຫວອຍ
ກ. ສະຫລົບໄປ.
ສວີ - ສະຫວີ
ນ. ຜິວພັນ, ສີເນື້ອໜັງ (ປ. ສວິ)
ສວົງ - ສະຫວົງ
ວ. ປ່ວງ, ເສຍຈຣິດ, ເກືອບເປັນບ້າ.
ສວ່າງ - ສະຫວ່າງ
ວ. ແຈ້ງ, ຮຸ່ງ, ເບີຍ.
ສວ່າຍ - ສະຫວ່າຍ
(ເບິ່ງ ສ່ວຍ)
ສອມລອມ
ວ. ຊອມ, ຈອບ, ຊອມຖ້າກິນ ຫຼືຖ້າເວົ້ານຳ.
ສະຣູບ/ສະຫລູບ
ກ. ໂຮມຄວາມ, ໂຮມຂໍ້ຄວາມ (ປ. ສຣູປ)
ສະລາກພັດ - ສະຫລາກພັດ
ນ. ອາຫານທີ່ເອົາເຄນນັກບວດ ໂດຍວິທີຈັບສະຫລາກເອົາ (ປ. ສລາກພັຕຕ)
ສະເມີ - ສະເໝີ
ວ. ທໍ່ກັນ, ປານກັນ, ຮາບພຽງ, ເປັນນິດ, ບໍ່ຂາດສາຍ.
ສັມພະວະ - ສຳພະວະ
ນ. ສົມພົບ, ຄວາມມີພ້ອມເປັນພ້ອມ (ປ.)
ສັມພະເວສຣ - ສຳພະເວສີ
ນ. ຜູ່ຊອກຫາບ່ອນເກີດ, ໄດ້ແກ່ຜີທີ່ຕາຍຈາກມະນຸດໄປແລ້ວ ແຕ່ຍັງບໍ່ທັນໄດ້ເກີດໃນກຳເນີດອື່ນ, ຜູ່ຕ້ອງເກີດ, ສັດໂລກ (ປ.)
ສັມພັດສອນ - ສຳພັດສອນ
ນ. ປີ (ສັພພັຈສຣ)
ສັມພັນ - ສຳພັນ
ນ. ການຜູກພັນ, ຄວາມກ່ຽວຂ້ອງ; ກ. ຜູກພັນ, ກ່ຽວຂ້ອງ (ປ. ສັມພັນທ)
ສັມພາດ - ສຳພາດ
ກ. ເວົ້ານຳກັນ, ຈາຣະຈາກັນ, ແລກຜ່ຽນຄວາມຄຶດເຫັນກັນ (ປ. ສັມພາສ)
ສັມພາຣະ - ສຳພາລະ
ນ. ການທ້ອນໂຮມ, ສິ່ງຂອງຕ່າງໆ, ວັດຖຸເຄື່ອງໃຊ້, ຂອງຈຳເປັນ, ຊັບສົມບັດ, ຄວາມຄົບຖ້ວນ, ໝູ່, ພວກ, ການເກື້ອໜຸນ, ການລ້ຽງເກືອ (ປ.)
ສັມພຸດ - ສຳພຸດ
ນ. ຜູ່ຮູ້ພ້ອມ, ພຣະພຸທເຈົ້າ (ປ. ສັມພຸທທ)
ສັມມະ - ສຳມາ
ວ. ດີ, ຄວນ, ຊອບ ດັ່ງ ສັມມາທິດຖິ: ຄວາມເຫັນຊອບ (ປ.)
ສັມຣິດ - ສຳລິດ
ນ. ທາດປະສົມຢ່າງນຶ່ງ ໃຊ້ປະສົມດ້ວຍໂລຫະຕ່າງໆ ມີທອງເຫຼືອງ, ທອງແດງ, ດີບຸກ ເປັນຕົ້ນ ຮຽກວ່າ ທອງສັມຣິດ (ສ. ສັມຣິທທິ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑