LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 355 ໜ້າທີ 5 ຈາກທັງໝົດ 18 ໜ້າ
ກະຕາທິການ
ນ. ບຸນອັນຍິ່ງໃຫຍ່ ທີ່ທຳໄວ້ (ປ. ກຕາທິກາຣ)
ກະຕາບໆ
ວ. ອາການດືບຂຶ້ນລົງຈາກທີ່ສູງ.
ກະຕິ
ນ. ກະດີ (ປ. ກຸຕິ)
ກະຕິກ
ນ. ພາຊະນະສຳລັບໃສ່ນ້ຳເຢັນ ຫລື ນ້ຳຮ້ອນ ຮູບຕ່າງໆ (ຕິກ ກໍວ່າ)
ກະຕິບ
ນ. ພາຊະນະສານດ້ວຍຕອກໄມ້ ສຳລັບໃສ່ເຂົ້າ (ຕິບ ກໍວ່າ)
ກະຕຶບ
ນ. ເຮືອນຊັ້ນດຽວທີ່ກໍ່ດ້ວຍດິນ, ຕຶກ.
ກະຕືກ
ນ. ຕົວພະຍາດທີ່ປົນຢູ່ກັບອຸດຈາລະ ມີ 2 ແນວຄື: ກະຕືກແປ ຕົວແພບ ແລະຍາວ; ກະຕືກກົມ ຕົວກົມ ຄືຂີ້ກະເດືອນ.
ກະຕູດ
ນ. ແຜ່ນເງິນ ຫລື ຄຳ ທີ່ຂຽນຄາຖາໃສ່ ນັບຖືວ່າ ເປັນເຄື່ອງແຄ້ວຂອງຄົງ, ເຄື່ອງແຄ້ວຄົງ.
ກະຕ່ອງ
ນ. ເຄື່ອງສຳລັບຕັກເອົາຂອງ ສານດ້ວຍປໍປ່ານ ຫລື ໄມ້ ມີຄັນຈັບ.
ກະຕ່ອຍ
ນ. ພູປ່າ, ພູແນວໃບຮີ ແລະກິ່ນຂິວ ເອີ້ນ ພູກະຕ່ອຍ.
ກະຕ່າ
ນ. ເຄື່ອງສານດ້ວຍຕອກ ຫລື ລວດ ຮູບກົມ ມີຮວງ ຫລື ສາຍສຳລັບໃສ່ສິ່ງຂອງ.
ກະຕ່າກວຍ
ນ. ກະຕ່າທີ່ສານໄຂວ່ເປັນຕາຫ່າງໆ (ເບິ່ງ ກວຍ ອີກ)
ກະຕ່າຍ
1 ນ. ສັດສີ່ຕີນແນວນຶ່ງ ຫູຍາວ ເປັນສັດກິນຫຍ້າ ມີ 2 ປະເພດຄື: ກະຕ່າຍປ່າ ແລະ ກະຕ່າຍບ້ານ; ກະຕ່າຍຫມໍ້ ນ. ກະຕ່າຍແນວມີຂົນສີມຸມ ແລະຕົວໃຫຍ່. 2 ນ. ເຄື່ອງສຳລັບຂູດຫມາກພ້າວ.
ກະຕ່າຫ່າງ
(ເບິ່ງ ກະຕ່າກວຍ)
ກະຕ່ຳ
ນ. ເຄື່ອງຫ້າງເອົາສັດປ່າ ເຮັດດ້ວຍໄມ້ ເປັນທ່ອນຍາວ ມີສາຍໃຍພານ ເວລາສັດຢຽບ ຫລື ພານ ສາຍໄມ້ນັ້ນ ລັ່ນລົງເຕັງ.
ກະຕໍ
(ເບິ່ງ ຕໍ)
ກະຕໍ້
ນ. ເຄື່ອງຫລິ້ນຢ່າງນຶ່ງ ເຮັດດ້ວຍຫວາຍ ຫລື ຫນັງ ຮູບມົນ ສຳລັບເຕະ ຫລື ຕົບ.
ກະຖາ
ນ. ຄຳເວົ້າ, ເລື່ອງ. (ປ. ກຖາ)
ກະຖາງ
ນ. ແອ່ງປາກກວ້າງ (ຕາພີ່ແລເບິ່ງນ້ຳ ເລີຍແຫ້ງແອ່ງກະຖາງ)
ກະຖາພັນ
ນ. ນິທານ, ເລື່ອງທີ່ແຕ່ງຂຶ້ນ (ປ. ກຖາພັນທ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑