LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 355 ໜ້າທີ 6 ຈາກທັງໝົດ 18 ໜ້າ
ກະຖາມຸກ
ນ. ຄຳແນະນຳ, ຂໍ້ຄວາມເບື້ອງຕົ້ນຂອງເລື່ອງ (ປ. ກຖາມຸຂ)
ກະຖາຣາມ - ກະຖາລາມ
ນ. ສວນນິທານ, ຫນັງສືໂຮມນິທານຕ່າງໆ (ປ. ກຖາຣາມ)
ກະຖາຣົມ - ກະຖາລົມ
ນ. ການກໍ່ເວົ້າ. ຄຳຜາຮົບ (ປ. ກຖາຣົມພ)
ກະຖາສຣິຕສາຄອນ - ກະຖາສະລິດຕະສາຄອນ
ນ. ທະເລນິທານ (ສ. ກຖາສຣິຕສາຄຣ)
ກະຖາສົງເຄາະ
ນ. ຫນັງສືໂຮມເລື່ອງ (ປ. ກຖາສັງຄຫ)
ກະຖິນ
1 ນ. ຕົ້ນໄມ້ແນວນຶ່ງ ມີ 2 ປະເພດ ຄື: 1. ກະຖິນບ້ານ ໃບເປັນແຫລບ ຫນ່ວຍແພບອ່ອນ ໃຊ້ເປັນອາຫານໄດ້ 2. ກະຖິນຫນາມ ຕົ້ນມີຫນາມ ດອກມົນ ສີເຫລືອງ ມີກິ່ນຫອມ. 2 ນ. ຜ້າທີ່ເອົາເຄນພິກຂຸ ຜູ່ໄດ້ຈຳວັດສາແລ້ວ. ໄມ້ກັງ More…
ກະຖີບ
ນ. ເຄື່ອງຫ້າງເອົາສັດປ່າ ທຳດ້ວຍໄມ້ ລຳຂະຫນາດນ້ອຍ. ສົ້ນນຶ່ງຕອກໃຫ້ແຫນ້ນໄວ້ກັບດິນ ແລ້ວຫ້າງອ້າສົ້ນນຶ່ງໄວ້ ເມື່ອສັດມາພານສາຍໃຍ ສົ້ນທີ່ອ້າຢູ່ນັ້ນ ກໍດີດລົງ ຫລື ຖີບລົງເຕັງສັດໄວ້.
ກະຖຶກ
ນ. ຜູ່ເວົ້າ, ຜູ່ສະແດງ (ຄຳນີ້ມັກຢູ່ຕໍ່ທ້າຍຄຳອື່ນ ເຊັ່ນ ທຳມະກະຖຶກ ຜູ່ສະແດງທຳ) (ປ. ກຖິກ)
ກະຖຸນ
ນ. ເຄື່ອງຍິງສັດ ມີສອງສາຍຜູກກັບສົ້ນຄັນຫລືໄມ້ ເປັນງ່າມ ມີຫມ້ອງໃສ່ລູກຢູ່ກາງ, ລູກໃຊ້ກ້ອນຫີນ ຫລື ກ້ອນດິນ.
ກະທວາຍ
ນ. ສັດສີ່ຕີນ ຕົວຂະຫນາດຟານ ຂົນອ່ອນແລະແລບ: “ຂາກະທວາຍແຫ້ງ ອັນກະແດ້ງດ້ວຍແດດ ແລະ ແປວໄຟ” (ເວດສັນຕຣະ); ທວຍ ກໍວ່າ: “ຝູງກວາງທວຍ ແລະ ແຮດຊ້າງ” (ເວດສັນຕຣະ) ຊາຍກໍວ່າ: “ກວາງຊາຍຟານ More…
ກະທອດ
(ເບິ່ງ ກອບທອດ)
ກະທະ
ນ. ຫມໍ້ທີ່ທຳດ້ວຍໂລຫະ ປາກບານ ກົ້ນຕື້ນ ແລະມີຫູຈັບສອງຂ້າງ (ຫມໍ້ຂາງ ກໍວ່າ)
ກະທະລີ
(ເບິ່ງ ກຸທລີ)
ກະທັດ
ວ. ສົມສ່ວນ, ພໍດີ.
ກະທັນຫັນ
ວ. ທັນທີທັນໃດ.
ກະທັ່ງ
ບ. ເທົ້າເຖິງ, ຮອດ: “ລືກະທັ່ງເທົ້າ ດິນຟ້າຂ່າວຂາມ” (ສິນໄຊ)
ກະທາ
ນ. ນົກແນວນຶ່ງ ຕົວຂະຫນາດໄກ່ແຈ້ ຂົນລາຍ ຂັນສຽງຫອງ ຫາກິນແມງໄມ້ຕາມດິນ (ນົກທາ ກໍວ່າ)
ກະທາດ
ນ. ໄມ້ເຄືອແນວນຶ່ງ ເຄືອມີຫນາມ ຫົວແລະເຄືອ ຄ້າຍຄືກອຍ ມັກເກີດຕາມທາມ.
ກະທຳ
ກ. ເຮັດ, ຕົກແຕ່ງ, ຈັດແຈ່ງ, ສ້າງຂຶ້ນ (ທຳ ກໍວ່າ)
ກະທິ
ນ. ນ້ຳທີ່ຄັ້ນອອກຈາກນວນຫມາກພ້າວ, ນ້ຳມັນຫມາກພ້າວ, ຫມາກພ້າວແກ່ທີ່ມີນວນ ແລະ ນ້ຳແຂ້ນເຂົ້າເປັນມັນ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑