LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 355 ໜ້າທີ 9 ຈາກທັງໝົດ 18 ໜ້າ
ກະບູນ
ນ. ພະຍາດແນວນຶ່ງ ເປັນກ້ອນແຂງຢູ່ໃນທ້ອງ.
ກະບົກ
(ເບິ່ງ ບົກ)
ກະບົດ
ນ. ຄວາມຄົດ, ຄວາມບໍ່ຊື່ຕໍ່. ກ. ຄົດໂກງ, ບໍ່ຊື່ຕໍ່ (ປ. ກປຕ)
ກະບຽນ
ນ. ພາຊະນະ ສານດ້ວນຕອກ ຮູບມົນແບບສຳລັບໃສ່ຂອງ.
ກະບ່ອງກະແບ່ງ
ສ. ຮູຊອດນ້ອຍໆຫລາຍຮູ (ເສື້ອຊອດກະບ່ອງກະແບ່ງ)
ກະປອມ
ນ. ສັດສີ່ຕີນແນວນຶ່ງ ຈຳພວກໄຕ່ໄມ້ ມີ 3 ປະເພດ ຄື: 1. ກະປອມຂາງ ຕົວຂະຫນາດໂປ້ມື ບ່ອນກ້ານຄໍສີດຳແດງ: 2. ກະປອມໄຫມ ຕົວນ້ອຍສອງຂ້າງມີຄອງເຫລືອງຍາວ ໄປຕາມຕົວ. 3. ກະປອມປີກ ຄ້າຍຄືກະປອມຂາງ ແຕ່ມີປີກຄື ປີກບ່າງ More…
ກະປິ
ອາຫານຄາວຢ່າງນຶ່ງ ເຮັດດ້ວຍກຸ້ງຝອຍ ຫລື ປານ້ອຍ ຫມັກເກືອໃຫ້ເຄັມ ແລະ ຕຳໃຫ້ມຸ່ນ.
ກະປິບ
ນ. ພາຊະນະທຳດ້ວຍສັງກະສີ ຮູບສີ່ລ່ຽມສູງ ສຳລັບໃສ່ນ້ຳມັນ (ປິບ ກໍວ່າ)
ກະປຸກ
ນ. ພາຊະນະນ້ອຍໆ ຮູບຄືຫມໍ້ສຳລັບໃສ່ອາຫານ.
ກະປຸ່ມ
ນ. ພາຊະນະສານດ້ວຍຕອກ ຂັດເປັນຕາ ຮູບກົມຕ່ຳ ສຳລັຍໃສ່ຂອງ.
ກະປູ
ນ. ສັດແນວນຶ່ງ ຢູ່ຮູຕາມໄຮ່ຕາມນາ ມີສິບຂາ ຂາໃຫຍ່ມີສອງຂາ ເອີ້ນ ກ້າມ (ປູ ກໍວ່າ)
ກະປ່ອງ
ນ. ພາຊະນະຮູບກົມສູງ ຄື ກະບອກ ສຳລັບໃສ່ຂອງ.
ກະປ່ອມ
(ເບິ່ງ ປ່ອມ)
ກະພາບໆ
ວ. ອາການພືປີກ ຫລື ວາແຂນອອກ ແລ້ວຫຸບເຂົ້າໄວໆ.
ກະພຸງ
ນ. ປາແນວນຶ່ງ ມີເກັດ ເປັນປາຂະຫນາດໃຫຍ່ຢູ່ນ້ຳເລິກ ຕົວຄືປາກະມັນ.
ກະພຸມມື
ນ. ມືທີ່ນົບຢູ່; ກ. ນົບ.
ກະມະ
(ເບິ່ງ ຄະມະ)
ກະມະລະ
ນ. ດອກບົວ, ຫມາກຫົວໃຈ, ກະເພາະອາຫານ, ວ. ສີແດງອ່ອນ, ສີກຸຫລາບ (ໃຊ້ວ່າ ກະມົນ) (ປ. ກມລ)
ກະມະລາກອນ
ນ. ສະບົວ (ປ. ກມລາກຣ)
ກະມະລາດ
ນ. ຜູ່ມີດອກບົວ ຢູ່ທີ່ນັ່ງ ຄື ພຣະພຣົມ (ປ. ກມລາສນ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑